ບັນດາໂຮງຮຽນ ແລະ ມະຫາວິທະຍາໄລຕ່າງຂອງລາວຍັງສືບຕໍ່ປິດຢູ່. ບັນດາສະຖາບັນການສຶກສາຕ່າງຂອງລາວໄດ້ທຳການຢຸດເຊົາການຮຽນ-ການສອນຕັ້ງແຕ່ກາງເດືອນ ມີນາ ເປັນຕົ້ນມາຍ້ອນການແຜ່ລະ ບາດຂອງພະຍາດ ໂຄວິດ-19. ຈາກວິກິດການທີ່ສົ່ງຜົນຕໍ່ສຸຂະພາບດັ່ງກ່າວນີ້ບໍ່ຕ້ອງສົງໄສເລີຍວ່າມັນໄດ້ສ້າງຄວາມຫຍຸ້ງຍາກໄປທົ່ວໃຫ້ແກ່ບັນດາສະຖາບັນສຶກສາຊັ້ນສູງໃນລະດັບຕ່າງໆ. ເຖິງຢ່າງໃດກໍ່ຕາມມັນແມ່ນໂອກາດອັນດີໃຫ້ແກ່ບັນນັກວິຊາການຂະແໜງການສຶກສາໄດ້ມີການຄົ້ນຄຶດ ແລະ ພັດທະນາແນວທາງການສຶກສາຮູບແບບໃໝ່, ໂດຍໄດ້ມີການຈັດກອງປະຊຸມທາງໄກແບບອອນລາຍທີ່ບໍ່ເຄີຍມີມາກ່ອນກ່ຽວກັບວິໄສທັດທາງດ້ານຍຸດທະສາດໃນໄລຍະກາງແລະໄລຍະຍາວເພື່ອແກ້ໄຂບັນຫາໃນຂະແໜງການສຶກສາ. ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2020 ໂດຍມີຕົວແທນຈາກບັນດາມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ ແລະ ວິທະຍາໄລສ້າງຄູຂອງລາວເຂົ້າຮ່ວມຫຼາຍກວ່າ 60ຄົນ, ດຳເນີນກອງປະຊຸມໂດຍທ່ານ ນາງ ຮສ ປອ ສິລິນທອນ ສັກລໍຄຳ, ຫົວໜ້າກົມພົວພັນສາກົນ ກະຊວງສຶກສາທິການ ແລະ ກິລາ.

‘’ການສຶກສາຊັ້ນສູງທາງໄກແມ່ນແນວຄິດໃໝ່ສຳລັບມະຫາວິທະຍາໄລຕ່າງໆຂອງລາວ. ບັນດາສະຖານນີໂທລະພາບແຫ່ງຊາດຂອງລາວແມ່ນໃຫ້ບູລະມິສິດແກ່ການຮຽນການສອນໃນລະດັບປະຖົມສຶກສາ. ການເຂົ້າເຖິງເຄືອຄ່າຍອິນເຕີເນັດແມ່ນມີຄວາມຫຍຸ້ງຍາກເຖິງຂັ້ນບໍ່ສາມາດເຊື່ອມຕໍ່ໄດ້ເລີຍກະມີສຳລັບນັກສຶກສາໃນຂົງເຂດຫ່າງໄກສອກຫຼີກ, ສ່ວນວ່າຢູ່ໃນເຂດຕົວເມືອງໃຫຍ່ໆລາຄາຊົມໃຊ້ອິນເຕີເນັດແມ່ນຍັງແພງຫຼາຍ’’, ນີ້ແມ່ນບົດລາຍງານສະພາບການສຶກສາທາງໄກຢູ່ລາວບາງຕອນຂອງທ່ານ ຮສ ປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ກາວໃນວາລະກອງປະຊຸມອອນລາຍລະດັບຊາດໃນຄັ້ງນີ້. ນອກຈາກນີ້ທ່ານຍັງໄດ້ແຈ້ງໃຫ້ຊາບວ່າປະຈຸບັນນີ້ທາງກະຊວງສຶກສາທິການ ແລະ ກິລາໄດ້ມີການຮ່າງນິຕິກຳກ່ຽວກັບການສິດສອນທາງໄກເຊິ່ງຈະສຳເລັດໃນໄວໆນີ້.

ໃນວາລະກອງປະຊຸມບັນດາສະຖາບັນຕ່າງໆໄດ້ມີການຕັ້ງຄຳຖາມ ແລະ ຍົກຫຼາຍໆບັນຫາຂຶ້ນມາສົນທະນາ ແລະແລກປ່ຽນປະສົບປະການໃນການສິດສອນທາງໄກນຳກັນໂດຍສະເພາະແມ່ນສິ່ງທ້າທາຍທີ່ສຳຄັນທີ່ສະຖາບັນການສຶກສາຕ້ອງໄດ້ປະເຊີນຮ່ວມກັນ, ໂດຍສະເພາະແມ່ນບັນຫາດ້ານຄວາມສາມາດໃນການປັບໂຕຂອງນັກສຶກສາໃຫ້ເຂົ້າກັບຮູບແບບການຮຽນແບບໃໝ່ນີ້, ການຂາດປະສົບປະການໃນການສິດສອນຂອງຄູອາຈານ, ຂໍ້ຈຳກັດຂອງແຫຼ່ງຂໍ້ມູນທາງອອນລາຍລວມໄປເຖິງພື້ນຖານໂຄລ່າງ ແລະ ດ້ານອື່ນໆ. ອີງຕາມຂໍ້ມູນສະຖິຕິທີ່ທ່ານ ນາງ ຮສ ປອ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວທີ່ໄດ້ລາຍງານໃນວາລະກອງປະຊຸມທ່ານໄດ້ແຈ້ງໃຫ້ຮູ້ວ່າ 70% ຂອງນັກສຶກສາລາວພວກເຮົາແມ່ນບໍ່ສາມາດຕິດຕາມການຮຽນທາງໄກໄດ້.

ບັນດາມະວິທະຍາໄລຕ່າງກໍ່ໄດ້ສະແດງເຈດຈຳນົງຄວາມຕ້ອງການທີ່ແທ້ຈິງຂອງຕົນຕໍ່ກັບນະໂຍບາຍຂອງລັດທະບານ, ຄູ່ມື ແລະ ອຸປະກອນເຄື່ອງມືທີ່ອຳນວຍຄວາມສະດວກໃຫ້ແກ່ການສິດສອນທາງອອນລາຍ, ການຖ່າຍທອດຄວາມຮູ້ດ້ານວິຊາການ, ການຮັບປະກັນດ້ານຄຸນນະພາບ ແລະ ພື້ນຖານໂຄງລ່າງ ໆລໆ.. ບັນດາຜູ້ເຂົ້າຮ່ວມໄດ້ຕົກລົງເປັນເຫັນດີວ່ານອກເໜືອຈາກການເອົາໃຈໃສ່ຕໍ່ບັນຫາວິກິດການດ້ານສຸຂະພາບແລ້ວ ການສິດສອນທາງໄກກໍ່ແມ່ນສິ່ງທີ່ຈຳເປັນອີກອັນໜຶ່ງໃນອານາຄົດ. ບັນດາມະຫາວິທະຍາໄລຕ້ອງໄດ້ມີການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາກ່ອນວິໄສທັດຂອງຕົນຕໍ່ກັບການສິດສອນທາງໄກ ແລະ ຕ້ອງໄດ້ປັບໂຕເຂົ້າກັບວິວັດທະນາການໃນຍຸກດີຈີຕອລນີ້ໃຫ້ໂດຍໄວເທົ່າທີ່ຈະໄວໄດ້.

ຫຼັງຈາກຈົບການແລກປ່ຽນໃນຄັ້ງນີ້ ຜູ້ຕາງໜ້າຂອງກະຊວງສຶກສາທິການ ແລະ ກິລາ ແລະຜູ້ຮັບຜິດຊອບດຳເນີກອງປະຊຸມໄດ້ເນັ້ນໜັກເຖິງຄວາມສອດຄ່ອງໃນການຈັດຕັ້ງປະຕິບັດມາດຕະການສະໜັບສະໜູນຂອງອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ໃນໄລສັ້ນ, ໄລຍະກາງ ແລະ ໄລຍະຍາວເພື່ອຊ່ວຍເຫຼືອບັນດາມະຫາວິທະຍາໄລຕ່າງໆໃນການຈັດການຮຽນການສອນທາງໄກ.

ໃນໂອກາດນີ້ທ່ານນາງ ອູຍດັດ ເຕບບາ ຫົວໜ້າຫ້ອງການພາກພື້ນອົງການ AUF ປະຈໍາຂົງເຂດອາຊີ-ປາຊີຟິກ ກໍ່ໄດ້ກ່າວໃນການປິດກອງປະຊຸມຄັ້ງນີ້ວ່າ : « ຄຽງຄູ່ກັບຂໍ້ຫຍຸ້ງຍາກທີ່ພົວພັນເຖິງການແກ້ໄຂບັນຫາ ແລະ  ການເຊື່ອມຕໍ່ອິນເຕີເນັດ, ຄວາມຊໍານິຊຳນານໃນການນຳໃຊ້ອຸປະກອນເຄື່ອງມືການສິດສອນທາງໄກ, ການຝຶກອົບຮົມຄູອາຈານໃນການຮຽນຮູ້ນະວັດຕໍາກໍາການສິດສອນໃນຮູບແບບໃໝ່ນີ້ ລວມໄປເຖິງການຮັບປະກັນດ້ານຄຸນນະພາບກໍ່ເປັນອີກສິ່ງທ້າທາຍໜຶ່ງທີ່ພວກເຮົາຕ້ອງໄດ້ປະເຊີນໄປພ້ອມກັນ». ນອກນີ້ທ່ານຍັງໄດ້ແຈ້ງໃຫ້ຮູ້ວ່າໃນມໍ່ໆນີ້ຈະມີການສະເໜີຫຼັກສູດການເຝິກອົບຮົມໃຫ້ແກ່ບັນດາມະ ຫາວິທະຍາໄລຂອງລາວທັ້ງນີ້ກໍ່ເພື່ອຕອບສະໜອງໃນການແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ເຂົາເຈົ້າປະເຊີນຢູ່ໃນປະຈຸບັນ. ນີ້ແມ່ນບາດກ້າວທີ່ທາງອົງການ  AUF ມີຄວາມປາດຖະໜາຢາກປະຕິບັດພາຍໃນຂອບຍຸດທະສາດ 2021-2025 ໃໝ່ຂອງຕົນ, ໂດຍການຊຸກຍູ້ໃຫ້ມີການປຶກສາຫາລືກັນເປັນປະຈໍາກັບບັນດາສະມາຊິກຂອງຕົນທັ້ງນີ້ກໍ່ເພື່ອໃຫ້ໄດ້ຮັບໝາກຮັບຜົນໃກ້ຄຽງກັບຄວາມຕ້ອງການຂອງເຂົາເຈົ້າທີ່ສຸດ.ໃນຕອນທ້າຍທ່ານຍັງໄດ້ກ່າວຕື່ມວ່າໃຫ້ພວກເຮົາພະຍາຍາມເຮັດໃຫ້ວິກິດການດ້ານສຸຂະພາບນີ້ເປັນໂອ ກາດທີ່ຈະກ້າວໄປຂ້າງໜ້າໃນການພັດທະນາດ້ານເຕັກໂນໂລຢີດີຈີຕອລໃນມະຫາວິທະຍາໄລຕ່າງໆຂອງລາວ.

ກອງປະຊຸມຄັ້ງນີ້ຈັດຂຶ້ນບົນຈິດໃຈຂອງແຜນປະຕິບັດງານພິເສດຂອງ AUF – ການແຜ່ລະບາດຂອງພະຍາດ COVID-19, ກອງປະຊຸມນີ້ໄດ້ຖືກຈັດຂື້ນໂດຍອົງການ AUF ໂດຍມີຈຸດປະສົງໃນການສະໜັບສະໜູນຄວາມຕ້ອງການ ແລະ ຄວາມຄາດຫວັງຂອງສະມາຊິກຂອງຕົນໃຫ້ໃກ້ຄຽງທີ່ສຸດເທົ່າທີ່ຈະເປັນໄປໄດ້.

ນອນນັ້ນຢູ່ໃນຂອບຂອງແຜນການນີ້ຫ້ອງການ AUF ສາຂານະຄອນຫຼວງວຽງຈັນໄດ້ຈັດຕັ້ງປະຕິບັດເປັນເວລາຫລາຍອາທິດແລ້ວ ໂດຍໄດ້ຊ່ວຍຈັດເຝິກອົບຮົມໃຫ້ຄູອາຈານທີ່ເວົ້າພາສາຝຣັ່ງໃນການນຳໃຊ້ເຄື່ອງມືການຮຽນການສອນທາງໄກເຊັ່ນ: Google Classroom ແລະ Zoom ແລະ ໄດ້ຈັດການແຂ່ງຂັນຊອກຫາຄຳຕອບຢູ່ໃນຫໍສະໝຸດດິຈິຕອລຂອງຂົງເຂດມະຫາວິທະຍາໄລຝຣັ່ງໂກໂຟນ(https://bneuf.auf.org/#!/) ສຳລັບນັກຮຽນທີ່ເວົ້າພາສາຝຣັ່ງ. ເປົ້າໝາຍຂອງການແຂ່ງຂັນຄັ້ງນີ້ແມ່ນເພື່ອໃຫ້ພວກເຂົາສາມາດຄຸ້ນເຄີຍກັບເຄື່ອງມືນີ້ເຊິ່ງສະໜອງມູນຫຼາຍກວ່າ 11,000,000 ແຫຼ່ງຂໍ້ມູນທີ່ສາມາດເຂົ້າເຖິງໄດ້ໂດຍບໍ່ເສຍຄ່າໃດໆ.

Leave a Reply

Your email address will not be published. Required fields are marked *