ກອງປະຊຸມໃຫຍ່ຄັ້ງທີ II ຄະນະພັກຮາກຖານມະຫາວິ ທະຍາໄລສະຫວັນນະເຂດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 29 ມັງກອນ 2020 ທີ່ຫ້ອງປະຊຸມຂອງມະຫາວິ ທະຍາໄລສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນກຽດ ມີທ່ານ ທອງທ່ຽງ ສີດາວົງ ຄະນະປະຈຳພັກແຂວງ ຫົວ ໜ້າຄະນະຈັດຕັ້ງແຂວງ.

ໃນໂອກາດນີ້, ສະຫາຍ ປອ ສຸລິຍົງ ໄຊໂກສີ ວ່າການອະທິ ການບໍດີ ມຂ ກໍ່ໄດ້ໃຫ້ກຽດຜ່ານ ບົດລາຍງານການເມືອງຕໍ່ກອງ ປະຊຸມ ເຊິ່ງສະຫາຍໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງທີ I ຮາກ ຖານພັກມະຫາວິທະຍາໄລ ສະຫວັນນະເຂດ ໄດ້ໄຂຂຶ້ນໃນ ວັນທີ 1 ຕຸລາ 2014 ທີ່ສະໂມ ສອນມະຫາວິທະຍາໄລສະຫວັນ ນະເຂດ.

ມາຮອດປະຈຸບັນ ຮາກຖານພັກ ມຂ ມີສະມາຊິກ ພັກທັງໝົດ 117 ສະຫາຍ, ຍິງ 41 ສະຫາຍ, ສຳຮອງ 18 ສະຫາຍ, ມິຄູ-ອາຈານໃນ ຂອບເຂດການນຳພາຂອງ ຄະນະພັກຮາກຖານຈຳນວນ 327 ຄົນ, ຊີ້ນຳການຮຽນ-ການສອນໃນ 8 ຄະນະວິຊາຄື: ຄະນະກະເສດສາດ ແລະສິ່ງ ແວດລ້ອມ, ຄະນະບໍລິຫານ ທຸລະກິດ, ຄະນະພາສາ ແລະ ມະນຸດສາດ, ຄະນະເຕັກໂນໂລ ຊີຂໍ້ມູນຂ່າວສານ, ຄະນະວິທະ ຍາສາດອາຫານ, ຄະນະສຶກ ສາສາດ, ຄະນະວິທະຍາສາດ ທຳມະຊາດ ແລະຄະນະວິສາ ວະກຳສາດ. ນອກນີ້ຍັງມີວຽກ ງານທາງດ້ານການຄົ້ນຄວ້າ ວິໄຈ, ການພົວພັນຮ່ວມມື, ວຽກງານພັດທະນາພື້ນຖານ ໂຄງລ່າງ, ວຽກງານດ້ານ ຂໍ້ມູນຂ່າວສານ, ວຽກງານກິດ ຈະກຳ ແລະຂະບວນການ, ວຽກ ງານຄຸ້ມຄອງການເງິນ, ວຽກ ງານຄຸ້ມຄອງວິທະຍາສດ ແລະ ວຽກງານຫຼັງປະລິນຍາຕີ. ປະ ຈຸບັນ, ມຂ ມີນັກສຶກສາທັງໝົດ 4.507 ຄົນ ຍິງ 2.690 ຄົນ.

Leave a Reply

Your email address will not be published. Required fields are marked *