ມະຫາວິທະຍາໄລ ສະຫວັນນະເຂດ ໄດ້ມີແນວຄວາມຄິດກ່ຽວກັບການສ້າງ “ ຫ້ອງການຄົ້ນຄວ້າວິທະຍາສາດ ແລະ ຫຼັງປະລິນຍາຕີ ” ແມ່ນມີມາແຕ່ການເລີ້ມສ້າງຕັ້ງ ມຂ ເປັນຕົ້ນມາ, ຈາກນັ້ນລັດຖະມົນຕີວ່າການກະຊວງສຶກສາທິການໄດ້ອອກຂໍ້ຕົກລົງສະບັບເລກທີ 1908/ສສ.ຈຕ/08, ລົງວັນທີ 15/08/2008 ວ່າດ້ວຍການແຕ່ງຕັ້ງພະນັກງານກະຊວງສຶກສາທິການໄປເປັນຄະນະກະກຽມຄົ້ນຄວ້າສ້າງບົດວິພາກເພື່ອສ້າງຕັ້ງ “ມະຫາວິທະຍາໄລສະຫວັນນະເຂດ”.

ຫຼັງຈາກນັ້ນເຈົ້າແຂວງແຂວງສະຫວັນນະເຂດໄດ້ອອກຂໍ້ຕົກລົງສະບັບເລກທີ 1190/ຈຂ.ສຂ08, ລົງວັນທີ 02/10/2008, ວ່າດ້ວຍການແຕ່ງຕັ້ງຄະນະກະກຽມຄົ້ນຄວ້າບົດວິພາກສ້າງຕັ້ງມະຫາວິທະຍາໄລຊຶ່ງຄະນະດັ່ງກ່າວປະກອບດ້ວຍພະນັກງານຈາກກະຊວງສຶກສາທິການແລະອາຈານຈາກມະຫາວິທະຍາໄລແຫ່ງຊາດພ້ອມດ້ວຍຄະນະນຳແລະພະນັກງານທີກ່ຽວຂ້ອງຂອງແຂວງສະຫວັນນະເຂດ. ຜ່ານການສຶກສາຄົ້ນຄວ້າຢັ້ງຢືນວ່າ: ມີຄວາມເປັນໄປໄດ້ທີຈະສ້າງມະຫາວິທະຍາໄລແຫ່ງທີ 4 ຂອງສປປ.ລາວຂຶ້ນອີກທີ່ແຂວງສະຫວັນນະເຂດ.

ໃນວັນທີ 26/12/2008, ຄະນະນຳກະຊວງສຶກສາທິການແລະຄະນະນຳແຂວງສະຫວັນນະເຂດຈຶ່ງໄດ້ຕົກລົງເປັນເອກະພາບກັນໃນການກະກຽມແຜນສ້າງຕັ້ງມະຫາວິທະຍາໄລແຫ່ງດັ່ງກ່າວ.

ໃນວັນທີ 30/12/2008, ລັດຖະມົນຕີວ່າການກະຊວງສຶກສາທິການໄດ້ແຕ່ງຕັ້ງຄະນະຮັບຜິດຊອບກະກຽມສ້າງຕັ້ງມະຫາວິທະຍາໄລທີ່ແຂວງສະຫວັນນະເຂດ. ພ້ອມກັນນັ້ນກໍ່ໄດ້ອອກຂໍ້ຕົກລົງວ່າດ້ວຍການໂອນໂຮງຮຽນມັດທະຍົມຊົນເຜົ່າແຂວງສະຫວັນນະເຂດໃຫ້ຂຶ້ນກັບຄະນະກຳມະການກະກຽມສ້າງຕັ້ງ “ມະຫາວິທະຍາໄລສະຫວັນນະເຂດ”.

ໃນວັນທີ4/01/2009, ຄະນະນຳກະຊວງສຶກສາທິການແລະຄະນະນຳແຂວງສະຫວັນນະເຂດໄດ້ຈັດຕັ້ງກອງປະຊຸມປະກາດຄະນະຮັບຜິດຊອບການກະກຽມສ້າງຕັ້ງ“ມະຫາວິທະຍາໄລສະຫວັນນະເຂດ” ແລະການມອບໂອນໂຮງຮຽນມັດທະຍົມສົມບູນຊົນ ­ເຜົ່າໃຫ້ຂຶ້ນກັບການຄຸ້ມຄອງຂອງຄະນະຮັບຜິດຊອບກະກຽມດັ່ງກ່າວຢ່າງເປັນທາງການ.