ການສິດສອນທາງໄກຢູ່ລາວ : ສິ່ງທ້າທາຍ ແລະ ວິໄສທັດໃນຕໍ່ໜ້າ

ບັນດາໂຮງຮຽນ ແລະ ມະຫາວິທະຍາໄລຕ່າງຂອງລາວຍັງສືບຕໍ່ປິດຢູ່. ບັນດາສະຖາບັນການສຶກສາຕ່າງຂອງລາວໄດ້ທຳການຢຸດເຊົາການຮຽນ-ການສອນຕັ້ງແຕ່ກາງເດືອນ ມີນາ ເປັນຕົ້ນມາຍ້ອນການແຜ່ລະ ບາດຂອງພະຍາດ ໂຄວິດ-19. ຈາກວິກິດການທີ່ສົ່ງຜົນຕໍ່ສຸຂະພາບດັ່ງກ່າວນີ້ບໍ່ຕ້ອງສົງໄສເລີຍວ່າມັນໄດ້ສ້າງຄວາມຫຍຸ້ງຍາກໄປທົ່ວໃຫ້ແກ່ບັນດາສະຖາບັນສຶກສາຊັ້ນສູງໃນລະດັບຕ່າງໆ. ເຖິງຢ່າງໃດກໍ່ຕາມມັນແມ່ນໂອກາດອັນດີໃຫ້ແກ່ບັນນັກວິຊາການຂະແໜງການສຶກສາໄດ້ມີການຄົ້ນຄຶດ ແລະ ພັດທະນາແນວທາງການສຶກສາຮູບແບບໃໝ່, ໂດຍໄດ້ມີການຈັດກອງປະຊຸມທາງໄກແບບອອນລາຍທີ່ບໍ່ເຄີຍມີມາກ່ອນກ່ຽວກັບວິໄສທັດທາງດ້ານຍຸດທະສາດໃນໄລຍະກາງແລະໄລຍະຍາວເພື່ອແກ້ໄຂບັນຫາໃນຂະແໜງການສຶກສາ. ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2020 ໂດຍມີຕົວແທນຈາກບັນດາມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ ແລະ ວິທະຍາໄລສ້າງຄູຂອງລາວເຂົ້າຮ່ວມຫຼາຍກວ່າ 60ຄົນ, ດຳເນີນກອງປະຊຸມໂດຍທ່ານ ນາງ ຮສ ປອ ສິລິນທອນ ສັກລໍຄຳ, ຫົວໜ້າກົມພົວພັນສາກົນ ກະຊວງສຶກສາທິການ ແລະ ກິລາ.

‘’ການສຶກສາຊັ້ນສູງທາງໄກແມ່ນແນວຄິດໃໝ່ສຳລັບມະຫາວິທະຍາໄລຕ່າງໆຂອງລາວ. ບັນດາສະຖານນີໂທລະພາບແຫ່ງຊາດຂອງລາວແມ່ນໃຫ້ບູລະມິສິດແກ່ການຮຽນການສອນໃນລະດັບປະຖົມສຶກສາ. ການເຂົ້າເຖິງເຄືອຄ່າຍອິນເຕີເນັດແມ່ນມີຄວາມຫຍຸ້ງຍາກເຖິງຂັ້ນບໍ່ສາມາດເຊື່ອມຕໍ່ໄດ້ເລີຍກະມີສຳລັບນັກສຶກສາໃນຂົງເຂດຫ່າງໄກສອກຫຼີກ, ສ່ວນວ່າຢູ່ໃນເຂດຕົວເມືອງໃຫຍ່ໆລາຄາຊົມໃຊ້ອິນເຕີເນັດແມ່ນຍັງແພງຫຼາຍ’’, ນີ້ແມ່ນບົດລາຍງານສະພາບການສຶກສາທາງໄກຢູ່ລາວບາງຕອນຂອງທ່ານ ຮສ ປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ກາວໃນວາລະກອງປະຊຸມອອນລາຍລະດັບຊາດໃນຄັ້ງນີ້. ນອກຈາກນີ້ທ່ານຍັງໄດ້ແຈ້ງໃຫ້ຊາບວ່າປະຈຸບັນນີ້ທາງກະຊວງສຶກສາທິການ ແລະ ກິລາໄດ້ມີການຮ່າງນິຕິກຳກ່ຽວກັບການສິດສອນທາງໄກເຊິ່ງຈະສຳເລັດໃນໄວໆນີ້.

ໃນວາລະກອງປະຊຸມບັນດາສະຖາບັນຕ່າງໆໄດ້ມີການຕັ້ງຄຳຖາມ ແລະ ຍົກຫຼາຍໆບັນຫາຂຶ້ນມາສົນທະນາ ແລະແລກປ່ຽນປະສົບປະການໃນການສິດສອນທາງໄກນຳກັນໂດຍສະເພາະແມ່ນສິ່ງທ້າທາຍທີ່ສຳຄັນທີ່ສະຖາບັນການສຶກສາຕ້ອງໄດ້ປະເຊີນຮ່ວມກັນ, ໂດຍສະເພາະແມ່ນບັນຫາດ້ານຄວາມສາມາດໃນການປັບໂຕຂອງນັກສຶກສາໃຫ້ເຂົ້າກັບຮູບແບບການຮຽນແບບໃໝ່ນີ້, ການຂາດປະສົບປະການໃນການສິດສອນຂອງຄູອາຈານ, ຂໍ້ຈຳກັດຂອງແຫຼ່ງຂໍ້ມູນທາງອອນລາຍລວມໄປເຖິງພື້ນຖານໂຄລ່າງ ແລະ ດ້ານອື່ນໆ. ອີງຕາມຂໍ້ມູນສະຖິຕິທີ່ທ່ານ ນາງ ຮສ ປອ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວທີ່ໄດ້ລາຍງານໃນວາລະກອງປະຊຸມທ່ານໄດ້ແຈ້ງໃຫ້ຮູ້ວ່າ 70% ຂອງນັກສຶກສາລາວພວກເຮົາແມ່ນບໍ່ສາມາດຕິດຕາມການຮຽນທາງໄກໄດ້.

ບັນດາມະວິທະຍາໄລຕ່າງກໍ່ໄດ້ສະແດງເຈດຈຳນົງຄວາມຕ້ອງການທີ່ແທ້ຈິງຂອງຕົນຕໍ່ກັບນະໂຍບາຍຂອງລັດທະບານ, ຄູ່ມື ແລະ ອຸປະກອນເຄື່ອງມືທີ່ອຳນວຍຄວາມສະດວກໃຫ້ແກ່ການສິດສອນທາງອອນລາຍ, ການຖ່າຍທອດຄວາມຮູ້ດ້ານວິຊາການ, ການຮັບປະກັນດ້ານຄຸນນະພາບ ແລະ ພື້ນຖານໂຄງລ່າງ ໆລໆ.. ບັນດາຜູ້ເຂົ້າຮ່ວມໄດ້ຕົກລົງເປັນເຫັນດີວ່ານອກເໜືອຈາກການເອົາໃຈໃສ່ຕໍ່ບັນຫາວິກິດການດ້ານສຸຂະພາບແລ້ວ ການສິດສອນທາງໄກກໍ່ແມ່ນສິ່ງທີ່ຈຳເປັນອີກອັນໜຶ່ງໃນອານາຄົດ. ບັນດາມະຫາວິທະຍາໄລຕ້ອງໄດ້ມີການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີ

Leave a Reply

Your email address will not be published. Required fields are marked *